ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປືນ​ໃຫຍ່​ຕໍ່ຕ້ານ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຣັດ​ເຊຍ


     ຂໍ້​ມູນ​ອີງ​ຈາກ​ກະຊວງ​ປ້ອງ​ກັນ​ປະເທດ ​ຣັດ​ເຊຍ ໃຫ້​ຮູ້​ວ່າ: ຣັດ​ເຊຍ​ ໄດ້​ນຳ​ໃຊ້​ບັນດາ​ມາດ​ຕະການ​ປ້ອງ​ກັນ​ແບບ​ໃໝ່​ ເພື່ອ​ປ້ອງ​ກັນ ​ຕໍ່
ຕ້ານ​ໄພ​ນ້າບຂູ່ ຈາກ​ບັນດາ​ເຄື່ອງ​ບິນ​ບໍ່​ມີ​ຄົນ​ຂັບ (UAV). ໜຶ່ງ​ໃນ​ນັ້ນ​ກອງທັບ ​ຣັດ​ເຊຍ ​ໄດ້​ໃຊ້​ຍຸດ​ທະ​ສາດ​ແບບ​ໃໝ່ ໂດຍ​ໄດ້​ນຳ​ໃຊ້​ປືນ​ແຝດ
​ຕໍ່ຕ້ານ​ເຄື່ອງ​ບິນ ​ທີ່​ນໍາ​ໃຊ້​ໃນ​ສະໄໝ​ສະຫະພາບ​ໂຊ​ວຽດ. ເຊິ່ງ​ປືນ​ດັ່ງກ່າວ​ໄດ້​ອອກ​ແບບ​ມາເພື່ອ​ໂຈມ​ຕີ​ເປົ້າ​ໝາຍ​ທີ່​ມີ​ລະດັບ​ຄວາມສູງ​ຕ່ຳ​ໄດ້​
ຢ່າງ​ສະດວກ ແລະ ແມ້ນ​ຢຳ. ກອງ​ກຳລັງ​ຕໍ່ຕ້ານ​ເຄື່ອງບິນ​ບໍ່​ມີ​ຄົນ​ຂັບ UAV ເຄື່ອນ​ທີ່​ຂອງ​ລັດເຊຍ ຍັງ​ໄດ້​ນຳ​ໃຊ້​ລົດ​ກະບະ​ທີ່​ຕິດຕັ້ງ​ປືນ​ກົນ
ຂະໜາດ 12.7 ​ມມ ເປັນ​ສູນ​ບັນຊາ​ການ, ມີ​ລົດ​ບັນທຸກ 6 ລໍ້ 1 ຄັນ​ທີ່​ຕິດ​ຕັ້ງ​ປືນ​ກົນ​ລຸ້ນ ZU-23-2 ແລະ ລະບົບ​ປ້ອງ​ກັນ​ຄວາມ​ຮ້ອນ​ທີ່​ຕິດ
​ຕັ້ງ​ຢູ່​ໃນ​ຕົວ​ລົດ​ບັນທຸກ. ປືນ​ກົນ​ລຸ້ນ ZU-23-2 ໄດ້​ຖືກ​ພັດທະນາ​ຂຶ້ນ​ມາ​ແຕ່​ສະໄໝ​ສະຫະພາບ​ໂຊ​ວຽດ​ໃນ​ທ້າຍ​ຊຸມ​ປີ 1950 ເຊິ່ງ​ເປັນ​ປືນ
​ກົນ​ສອງ​ລໍາກ້ອງ​ຂະໜາດ 23 ​ມມ. ປືນ​ກົນ ZU-23-2 ສາມາດ​ທຳລາຍ​ເປົ້າ​ໝາຍ​ທີ່​ບີນ​ຕ່ຳ​ເຊັ່ນ: ເຮລີ​ກົບ​ແຕ ແລະ ເຮືອບິນ​ອື່ນໆ​ຫຼາຍ​ຊະ
ນິດ. ລະບົບ​ອາວຸດ​ປືນ​ຊະນິດ​ນີ້​ເປັນ​ວິທີ​ການ​ຕໍ່ສູ້​ທີ່​ນິຍົມ​ໃຊ້​ໃນ​ສົງຄາມ. ປືນ​ກົນ​ລຸ້ນ ZU-23-2 ສາມາດ​ໂຈມ​ຕີ​ເປົ້າ​ໝາຍ​ໄດ້​ຢ່າງ​ປະ​ສິດທິ​ຜົນ
​ດ້ວຍ​ຄວາມ​ສູງ​ປະມານ 1.5 ກິໂລແມັດ ຢູ່​ຫ່າງ 2.5 ກິໂລແມັດ. ປືນ​ດັ່ງກ່າວ​ໃຊ້​ລູກປືນ​ຂະໜາດ 23 ​ມມ, ລວມ​ທັງ​ລະເບີດ (HEI), ລູກ
ປືນ​ເຈາະ​ເກາະ (AP) ແລະ ລູກປືນ​ນຳ​ກະແສ​ຄວາມ​ຮ້ອນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/04/2024